ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍອດ​ຈອງ​ເຂົ້າ​ທ່ອງ​ທ່ຽວ​ພະ​ຈົນ​ໄພ​ ຖ້ຳ​ ເຊີນ​ດ່ອງ ຂ້າມ​ຮອດ​ປີ 2025


ຖ້ຳ ເຊີນ​ດ່ອງ ຫວຽດນາມ.

     ວິທະຍຸ​ກະຈາ​ຍ​ສຽງ​ຫວຽດນາມ ລາຍ​ງານ​ໃນ​ທ້າຍ​ເດືອນ ທັນວາ 2023 ຜ່ານ​ມາ, ໂດ​ຍອີງ​​ຕາມ​ບໍລິສັດ Oxalis, ໄດ້​ຄົ້ນ​ພົບ
ແຫຼ່ງ​ທ່ອງ​ທ່ຽວ​ຖ້ຳ ເຊີນ​ດ່ອງ ໃຫຍ່​ທີ່ສຸດ​ໃນ​ໂລກ ໄດ້​ເປີດເຜີຍ​ໃຫ້​ຮູ້​ວ່າ: ເຖິງ​ວ່າ​ຍັງ​ບໍ່​ທັນ​ໝົດ​ປີ 2023, ແຕ່​ປີ້​ເຂົ້າ​ທ່ອງ​ທ່ຽວ​ດັ່ງກ່າວ
​ໄດ້​ຖືກ​ຈອງ​ຈົນ​ໝົດ​ຮອດ​ປີ 2024 ແລ້ວ.

     ເພື່ອ​ເຂົ້າ​ຮ່ວມ​ການທ່ອງທ່ຽວ, ນັກ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ ແລະ ສາກົນ 200 ຄົນ ໄດ້​ຈອງ​ປີ້​ໄປ​ທ່ອງ​ທ່ຽວ​ຖ້ຳ​ເຊີນ​ດ່ອງ​ຈົນ​ຮອດ​
ປີ 2025. ການທ່ອງທ່ຽວ​ຢູ່​ຖ້ຳ ເຊີນ​ດ່ອງ ໄດ້​ຮັບ​ການ​ຕີ​ລາຄາ​ວ່າ: ສະຖານ​ທີ່​ດັ່ງກ່າວແມ່ນ​ໜຶ່ງ​ໃນ​ບັນດາ​ສະຖານ​ທີ່ທ່ອງທ່ຽວ​ພະ​ຈົນ​
ໄພ ທີ່​ດຶງ​ດູດ​ໃຈ​ແຂກ​ມາທ່ອງ​ທ່ຽວພາຍ​ໃນ​ຫວຽດນາມ.

     ໃນ​ການ​ຄົ້ນ​ຫາ​ນີ້, ແຂກ​ທ່ອງ​ທ່ຽວ​ໄດ້​ຮັບ​ຊົມ​ພູຜາ​ປ່າດົງ​ແຫ່ງ​ຕ່າງໆ, ພ້ອມ​ກັບ​ຄວາມ​ອຸດົມສົມບູນ, ມີ​ຊີວະນາໆພັນ​ທີ່​ມີ​ຫຼາຍ​
ຮູບ​ຫຼາຍ​ແບບ​ຢູ່​ໃນ​ຖ້ຳ; ຢ້ຽມຢາມ ​ບ້ານ​ດ່ອງ ຊາວ​ຊົນເຜົ່າ ບຣຸ ເວິນ​ກຽວ. ການທ່ອງທ່ຽວ​ແມ່ນ​ແກ່ຍາວ​ເປັນ​ເວລາ 6 ວັນ, 5 ຄືນ
ແລະ​ ແຕ່​ລະ​ຈຸ​ການທ່ອງທ່ຽວ​ມີ​ແຂກ 10 ຄົນ ແລະ ມີ​ຜູ້​ຮັບ​ໃຊ້​ປະມານ 30 ຄົນ, ໃນ​ນັ້ນ ລວມທັງ​ຜູ​້ຮັກສາ​ຄວາມ​ປອດ​ໄພ​ພາຍ​
ໃນ​ຖ້ຳ, ຜູ້ນຳ​ທ່ຽວ ແລະ ພໍ່ຄົວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/01/2024